ຄວາມໝາຍທຸງອາຊຽນແລະທຸງຊາດບັນດາປະເທດອາຊຽນ






       

ທຸງອາຊຽນແລະທຸງຊາດບັນດາປະເທດອາຊຽນ


ທຸງອາຊຽນ-ທຸງທີ່ປະເທດຊະມາຊິກອາຊຽນທັງໝົດຊ່ວຍກັນອອກແບບ

ທຸງອາຊຽນ ສະແດງເຖິງເສລີພາບ ສັນຕິພາບ ຄວາມສາມັກຄີ ແລະ ປະຕິວັດຂອງອາຊຽນ ສີຂອງທຸງໄດ້ແກ່ ສີຟ້າ ແດງ ຂາວ ແລະ ເຫຼືອງ ຊຶ່ງ ສະແດງເຖິງ ສີຫຼັກ ໃນທຸງຊາດຂອງບັນດາປະເທດສະມາຊິກອາຊຽນທັງໝົດ

      ສີຟ້າສະແດງເຖິງສັນຕິພາບ ແລະ ເສລີພາບ

      ສີແດງບົ່ງບອກເຖິງຄວາມກ້າຫານ ແລະ ກ້າວໜ້າຂາວສະແດງຄວາມບໍສິສຸດ.

      ສີເຫຼືອງເປັນສັນຍາລັກຂອງຄວາມຈະເລີນຮຸ່ງເຮືອງ

      ຮວງເຂົ້າສະແດງເຖິງຄວາມຝັນຂອງບັນດາຜູ້ກໍ່ຕັ້ງອາຊຽນໃຫ້ມີອາຊຽນທີ່ປະກອບໄປດ້ວຍບັນດາປະເທດທັງໝົດໃນພູມມິພາກອາຊີຕະເວັນອອກສ່ຽງໃຕ້ຜູກພັນກັນຢ່າງມີມິດຕິພາບ ແລະ ເປັນນ້ຳໜຶ່ງໃຈດຽວກັນ

     ສຳຫຼັບຫຼັກການວິທີການປະດັບທຸງອາຊຽນແລະທຸງຊາດຂອງປະເທດສະມາຊິກອາຊຽນໃຫ້ລຽງໂດຍເລີ່ມຕົ້ມຈາກທຸງອາຊຽນແລ້ວຕໍ່ດ້ວຍສະມາຊິກ 10 ປະເທດ ຕາມລຳດັບອັກສອນຊື່ປະເທດມີດັ່ງນີ້:

1.Brunei Darussalam (ບຣູໄນ ດາຣູຊາຮາມ)


(ທູງຊາດປະເທດບູຣໄນ)

     ລັກສະນະຂອງທຸງຊາດມີພື້ນສີເຫຼືອງ ໂດຍມີແຖບສີຂາວ ແລະສີດຳ ພາດຕາມແນວສະແຄງມູມຈາກດ້ານຄັນທຸງຈົນປາຍທຸງເຊິ່ງແຖບສີຂາວຢູ່ດ້ານເທິງ ແຖບສີດຳຢູ່ດ້ານລຸ່ມ ຂະນະທີ່ກາງທຸງນັ້ນມີກາແຜ່ນດິນຂອງບຣູໄນປະທັບຢູ່ ເຊິ່ງສີຕ່າງໆມີຄວາມໝາຍດັ່ງນີ້:

  • ສີເຫຼືອງໝາຍເຖິງກະສັດ.
  • ສີຂາວແລະສີດຳໝາຍເຖິງມຸກຂະມົນຕີ (ມຸກຂະມົນຕີ: ປະທານຄະນະເສນາບໍດີ)
  • +ສາເຫດທີ່ທຸງຊາດບຣູໄນໃສ່ສີເຫຼືອງສື່ເຖິງກະສັດນັ້ນ ເນື່ອງຈາກທຸງປະຈຳພະອົງຂອງສຸລະຕ່ານແຫ່ງບຣູໄນໃຊ້ພື້ນສີເຫຼືອງ.

    2.Kingdom of Cambodia (ລາຊອານາຈັກກຳປູເຈຍ)


    (ທູງຊາດປະເທດກຳປູເຈຍ)

         ລັກສະນະສີທຸງແບ່ງຕາມແນວຍາວເປັນ 3 ສ່ວນໂດຍສ່ວນກາງເປັນສີແດງກວ້າງເທົ່າກັບ 2 ສ່ວນຂອງສີຟ້າມີຮູບປະສາດຫີນນະຄອນວັດສາມຍອດສີຂາວ ຢູ່ບໍລິເວນເຄິ່ງກາງຂອງທຸງສ່ວນດ້ານນອກທັງສອງດ້ານມີສີຟ້າແລະກວ້າງເບື້ອ່ງລະໜຶ່ງສ່ວນເທົ່າກັນໂດຍສີຕ່າງໆ ແລະສັນຍາລັກຕ່າງໆ ຂອງທຸງມີຄວາມ ໝາຍດັ່ງນີ້:

  • ສີຟ້າໝາຍເຖິງກະສັດ.
  • ສີແດງໝາຍເຖິງຊາດ.
  • ສ່ວນນະຄອນວັດສີຂາວນັ້ນໝາຍເຖິງສັນຕິພາບ.
  • 3.Republic of Indonesia (ສາທາລະນະລັດ ອິນໂດເນເຊຍ)


    (ທູງຊາດປະເທດອິນໂດເນເຊຍ)

    ພື້ນທຸງແບ່ງເປັນສອງສ່ວນຕາມແນວນອນ ໂດຍສີຕ່າງໆ ຂອງທຸງມີ ຄວາມໝາຍດັ່ງນີ້:

  • ສີແດງໝາຍເຖິງຄວາມກ້າຫານແລະອິດສະຫຼະພາບ.
  • ສີຂາວໝາຍເຖິງຄວາມບໍລິສຸດຍຸດຕິທຳ.
  • 4.Lao People’s Democratic Republic (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ)


    (ທູງຊາດປະເທດລາວ)

         ລັກສະນະຜືນທຸງແບ່ງຕາມແນວຍາວອອກເປັນ 3 ສ່ວນ ໂດຍແຖບເຄິ່ງກາງເປັນສີຟ້າກ້ວາງ 2 ສ່ວນມີ ພະຈັນວົງມົນສີຂາວຢູ່ເຄິ່ງກາງລັກສະນະແຖບ ຂ້າງນອກທັງ 2 ຂ້າງເປັນສີແດງ ແລະກ້ວາງເທົ່າດ້ານລະເຄິ່ງໜຶ່ງຂອງສີຟ້າ ສີຕ່າງໆມີຄວາມໝາຍດັ່ງນີ້:

  • ສີແດງໝາຍເລື້ອດເນື້ອຂອງນັກຮົບປະຕິວັດລາວ.
  • ສີຟ້າໝາຍເຖິງຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ.
  • ສີຂາວ ໝາຍເຖິງ ຄວາມບໍລິສຸດຜຸດຜ່ອງ ທີ່ມີດວງເດືອນຢູ່ກາງ ໝາຍເຖິງຄວາມເປັນເອກະພາບ ມີຈິດໜຶ່ງໃຈດຽວກັນຂອງປະຊາຊົນໃນຊາດ ພາຍໃຕ້ການປົກຄອງຂອງພັກປະຊາຊົນປະຕິວັດລາວ.
  • 5.Malaysia (ມາເລເຊຍ)


    (ທູງຊາດປະເທດມາເລເຊຍ)

         ມີແຖບສີແດງສະລັບສີຂາວລວມ 14 ແຖບແຕ່ລະແຖບມີຄວາມກວ້າງເທົ່າກັນທີ່ມຸມດ້ານຄັນທຸງມີຮູບສີ່ແຈສາກສີຟ້າກວ້າງ 8 ໃນ 14 ສ່ວນຂອງຜືນທຸງ ແລະຍາວເຄິ່ງໜຶ່ງຂອງຜືນທຸງພາຍໃນຮູບສີ່ແຈສາກມີເຄື່ອງໝາຍພະຈັນສ້ຽວ ແລະດາວ 14 ແຈ ເຊິ່ງສີ ແລະສັນຍາລັກຕ່າງໆ ມີຄວາມໝາຍດັ່ງນີ້:

  • ແຖບສີແດງ ແລະສີຂາວທັງ 14 ແຖບໝາຍເຖິງສະຖານະອັນສະເໝີພາບຂອງລັດສະມາຊິກທັງ 13 ລັດພາຍໃນປະເທດມາເລເຊຍ.
  • ດາວ 14 ແຈ ໝາຍເຖິງຄວາມເປັນເອກະພາບໃນໝູ່ລັດດັ່ງກ່າວທັງໝົດ
  • ພະຈັນສ້ຽວໝາຍເຖິງສາສະໜາອິດສະລາມອັນເປັນສາສະໜາປະຈຳຊາດ.
  • ສີເຫຼືອງຂອງພະຈັນແລະດາວ 14 ແຈສື່ເຖິງຜູ້ເປັນປະມຸກແຫ່ງສະຫະພັນລັດ.
  • ສີຟ້າໝາຍເຖິງຄວາມສາມັກຄີຂອງຊາວມາເລເຊຍ.
  • 6.Republic of the Union of Myanmar (ສາທາລະນະລັດແຫ່ງສະຫະພາບມຽນມາ)


    (ທູງຊາດປະເທດມຽນມາ)

         ທຸງແບ່ງຕາມລວງຍາວອອກເປັນ 3 ສ່ວນແລະມີຄວາມກ້ວາງເທົ່າກັນໂດຍແຕ່ລະສ່ວນມີສີທີແຕກຕ່າງກັນ ໄລ່ຈາກເທິງລົງລຸ່ມ ຄືສີເຫຼືອງ ສີຂຽວ ແລະສີແດງ ເຄິ່ງກາງທຸງມີຮູບດາວ 5 ແຈສີຂາວຂະໜາດໃຫຍ່ ເຊິ່ງສີ ແລະສັນຍາລັກ ຕ່າງໆ ມີຄວາມໝາຍດັ່ງນີ້:

  • ສີຂຽວໝາຍເຖິງສັນຕິພາບ ຄວາມສະຫງົບ ແລະ ຄວາມອຸດົມສົມບູນຂອງມຽນມາ.
  • ສີເຫຼືອງໝາຍເຖິງຄວາມສາມັກຄີ.
  • ສີແດງໝາຍເຖິງຄວາມກ້າຫານ ຄວາມເຂັ້ມແຂງເດັດຂາດ.
  • ດາວສີຂາວໝາຍເຖິງສະຫະພາບອັນໝັ້ນຄົງເປັນເອກະພາບ.
  • 7.Republic of the Philippines (ສາທາລະນະລັດຟີລິບປິນ)


    (ທູງຊາດປະເທດຟີລິປິນ)

    ດ້ານຕົ້ນທຸງເປັນຮູບສາມຫລ່ຽມສີຂາວ ເປັນເຄື່ອງໝາຍແທນຄວາມສະເໝີພາກເຊິ່ງພາຍໃນສາມຫຼ່ຽມສີຂາວປະກອບດ້ວຍດວງອາທິດລັດສະໝີ 8 ແຈອ້ອມ ດ້ວຍດາວ 5 ແຈຈຳນວນ 3 ດວງ ແລະຕັ້ງຢູ່ຕາມມູມຂອງຮູບສາມຫຼ່ຽມ ເຊິ່ງສັນຍາລັກທັງໝົດ ລ້ວນເປັນສີທອງ ສ່ວນດ້ານທີ່ເຫຼືອຂອງທຸງ ແບ່ງເຄິ່ງຕາມລວງຍາວ ແຖບເທິງເປັນສີຟ້າ ແລະແຖບລຸ່ມເປັນສີແດງ.ຖ້າຫາກວ່າທັງສອງສີດັ່ງກ່າວ ຫາກມີການສະລັບກັນຄືແດງຢູ່ເທິງ ແລະຟ້າຢູ່ລຸ່ມສະແດງວ່າ ຂະນະນັ້ນປະເທດກຳລັງ ຢູ່ໃນພາວະສົງຄາມສ່ວນສີ ແລະສັນຍາລັກຕ່າງໆ ມີຄວາມໝາຍດັ່ງນີ້:

  • ສີຟ້າໝາຍເຖິງສັນຕິພາບ ສັດຈະ ແລະ ຄວາມຍຸດຕິທຳ.
  • ສີແດງໝາຍເຖິງຄວາມຮັກຊາດ ແລະ ຄວາມມີຄຸນຄ່າ.
  • ດວງອາທິດມີລັດສະໝີ 8 ແຈໝາຍເຖິງ 8 ແຂວງທຳອິດຂອງປະເທດທີ່ມີຄວາມພະຍາຍາມໃນການຮຽກຮ້ອງເອກະລາດຈາກປະເທດສະເປນກະ ທັ້ງເກີດການ ປະຕິວັດໃນປີ 1896.
  • ດາວສາມດວງໝາຍເຖິງການແບ່ງພື້ນທີ່ທາງພູມສາດຂອງປະເທດອອກເປັນ 3 ສ່ວນໃຫຍ່ໆ ໄດ້ແກ່ເກາະລູຊອນ ເກາະມິນດາເນົາແລະໝູ່ເກາະວິສາຍັນ.
  • 8. Republic of Singapore (ສາທາລະນະລັດສິງກະໂປ)


    (ທູງຊາດປະເທດສິງກະໂປ)

    ປະກອບດ້ວຍແຖບສອງສີແບ່ງເຄິ່ງກາງທຸງ ແຖບສີແດງຢູ່ເທິງ ແລະສີຂາວຢູ່ລຸ່ມ ທີ່ມູມດ້ານເທິງຂອງຄັນທຸງເປັນຮູບພະຈັນສ້ຽວ ຖັດຈາກຮູບດັ່ງກ່າວມີດາວ 5 ແຈຈຳນວນ 5 ດວງຮຽງກັນເປັນຮູບຫ້າຫຼ່ຽມ ໂດຍຮູບພະຈັນ ແລະດາວຕ່າງກໍມີສີຂາວເຊິ່ງສີ ແລະສັນຍາລັກຕ່າງໆ ມີຄວາມໝາຍດັ່ງນີ້:

  • ສີແດງໝາຍເຖິງຄວາມສະເໝີພາກຂອງມະນຸດໂດຍທົ່ວໜ້າ.
  • ສີຂາວໝາຍເຖິງຄວາມບໍລິສຸດແລະຄວາມດີງາມທີ່ແພ່ຫຼາຍແລະຄົງຢູ່ຕະຫຼອດການ.
  • ຮູບພະຈັນ ເຊິ່ງເປັນພະຈັນສ້ຽວຂ້າງຂຶ້ນ(ເດື່ອນຂື້ນ)ໝາຍເຖິງຄວາມເປັນຊາດໃໝ່ທີ່ຖືກຳເນີດຂຶ້ນ.
  • ດາວ 5 ດວງໝາຍເຖິງ ອຸດົມຄະຕິ 5 ປະການຂອງຊາດ ໄດ້ແກ່ປະຊາທິປະໄຕ ສັນຕິພາບ ຄວາມກ້າວໜ້າ ຄວາມຍຸດຕິທຳ ແລະຄວາມສະເໝີພາກ.
  • 9. Kingdom of Thailand (ລາຊອານາຈັກໄທ)


    (ທູງຊາດປະເທດໄທ)

         ປະກອບດ້ວຍ 3 ສີຫລັກໄດ້ແກ່ສີແດງ ສີຂາວແລະສີຟ້າແບ່ງເປັນ 5 ແຖບເຊິ່ງແຖບເຄິ່ງການເປັນສີຟ້າສອງແຖບເທິງແລະລຸ່ມເປັນສີຂາວແລະສີແດງ ແຖບສີຟ້າໃຫຍ່ກວ່າແຖບສີອື່ນ 2 ເທົ່າສ່ວນສີຕ່າງໆ ມີຄວາມໝາຍດັ່ງນີ້:

  • ສີແດງໝາຍເຖິງ ຊາດ.
  • ສີຂາວໝາຍເຖິງ ສາສະໜາ
  • ສີຟ້າໝາຍເຖິງ ພະມະຫາກະສັດ.
  • +ແນວໃດກໍຕາມມີການເອີ້ນຊື່ທຸງນີ້ວ່າ ທຸງໄຕລົງ (ທຸງສາມສີ) ເນື່ອງຈາກພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ ຊົງພະລາຊະນິພົນ ເຄື່ອງໝາຍໄຕລົງ ໄວ້ເມື່ອ ປີ 1921 ໂດຍໄດ້ນິຍາມຄວາມໝາຍຂອງທຸງໄຕລົງວ່າ:

  • ສີແດງ ໝາຍເຖິງ ເລືອດອັນຍອມເສຍສະຫຼະເພື່ອຊາດ.
  • ສີຂາວ ໝາຍເຖິງ ຄວາມບໍລິສຸດແຫ່ງພະພຸດທະສາສະໜາ ແລະທຳມະ.
  • ສີຟ້າ ໝາຍເຖິງ ສີສ່ວນພະອົງຂອງອົງພະມະຫາກະສັດ.
  • ເຖິງແມ່ນນິຍາມດັ່ງກ່າວຈະບໍ່ແມ່ນຄຳອະທິບາຍທີ່ຊົງປະກາດໃຊ້ຢ່າງເປັນທາງການ ແຕ່ທັງສາມສິ່ງນີ້ຄືອຸດົມການລັດທີ່ພະອົງຊົງປູກຝັງ ເພື່ອໃຫ້ຄົນໄທມີຄວາມເປັນຊາດນິຍົມມາຕະຫຼອດ.
  • 10. Socialist Republic of Vietnam (ສາທາລະນະລັດສັງຄົມນິຍົມຫວຽດນາມ)


    (ທູງຊາດປະເທດຫວຽດນາມ)

         ພື້້ນທຸງເປັນສີແດງລ້ວນ ເຄິ່ງກາງທຸງມີຮູບດາວ 5 ແຈເປັນ ສີເຫຼືອງຄຳເປັນທີ່ເຂົ້າໃຈກັນທົ່ວໄປວ່າໝາຍເຖິງຊົນຊັ້ນຕ່າງໆໃນສັງຄົມຫວຽດນາມຄື:ນັກປາດ, ຊາວນາ,ຊ່າງຝີມື,ພໍ່ຄ້າ ແລະ ທະຫານສ່ວນສີຕ່າງໆ ມີຄວາມໝາຍດັ່ງນີ້:

  • ສີແດງໝາຍເຖິງການຕໍ່ສູ້ເພື່ອກູ້ເອກະລາດຂອງຊາວຫວຽດນາມ.
  • ສີເຫຼືອງໝາຍເຖິງຊາວຫວຽດນາມ.
  • +ພາຍຫລັງລວມຊາດຫວຽດນາມໃນປີ 1976 ຄວາມໝາຍຂອງທຸງໄດ້ມີການອະທິບາຍໃໝ່ໃນທາງການເມືອງວ່າ

  • ສີແດງໝາຍເຖິງການປະຕິວັດໂດຍຊົນຊັ້ນກຳມະຊີບ.
  • ດາວສີເຫຼືອງ ໝາຍເຖິງການຊີ້ນຳຂອງພັກຄອມມຸຍນິດຫວຽດນາມ.
  • ຂອບໃຈຂໍ້ມູນຈາກ web site :https://aec.kapook.com/view50317.html